ຄວາມປອດໄພ · Safety

ນະໂຍບາຍ
ຄວາມປອດໄພ ແລະ ຄວາມເປັນສ່ວນຕົວ

GogoMove ມຸ່ງໝັ້ນຕໍ່ຄວາມປອດໄພຂອງຜູ້ໂດຍສານ ແລະ ຄົນຂັບທຸກຄົນ

1 ຄວາມປອດໄພຂອງຜູ້ໂດຍສານ

ວິທີການປະຕິບັດຕົວ ເມື່ອໃຊ້ບໍລິການລົດ Taxi ເພື່ອຄວາມປອດໄພສ່ວນຕົວ:

🔍 ກ່ອນຂຶ້ນລົດ

  • ກວດສອບປ້າຍທະບຽນ ແລະ ລັກສະນະລົດ
  • ກວດເລກທີ່ຂ້າງລົດ ຕົງກັບໃນແອັບ
  • ຖ່າຍຮູບປ້າຍທະບຽນໄວ້
  • ສົ່ງຮູບໃຫ້ຄົນຮູ້ຈັກ

🛡️ ຂະນະໃນລົດ

  • ນັ່ງດ້ານຫຼັງຄົນຂັບ
  • ຫ້າມເວົ້າເລື່ອງສ່ວນຕົວ
  • ສັງເກດພຶດຕິກຳຄົນຂັບ
  • ລົງປະຕູຝ່າຍກົງຂ້າມ
ໝາຍເຫດ: ຫ້າມບອກຄົນຂັບວ່າທ່ານບໍ່ຮູ້ເສັ້ນທາງ ແລະ ຫ້າມເວົ້າເລື່ອງສ່ວນຕົວ ເພື່ອຄວາມປອດໄພຂອງທ່ານ.

2 ການຄຸ້ມຄອງຄົນຂັບ

  • ຄວນສັ່ງຊື້ປະກັນໄພລົດທີ່ຮັດກຸມ ແລະ ຄຸ້ມຄອງຄວາມເສຍຫາຍ
  • ຕ້ອງໃຊ້ລົດທີ່ຈົດທະບຽນຖືກຕ້ອງຕາມກົດໝາຍ
  • ຜູ້ຂັບຕ້ອງມີໃບຂັບຂີ່ທີ່ຖືກຕ້ອງ
  • ມີການກວດປະຫວັດຄົນຂັບຢ່າງເຂັ້ມງວດ
  • ລົດຕ້ອງມີອາຍຸການ ແລະ ສະພາບທີ່ດີ ພ້ອມໃຫ້ບໍລິການ

3 ໜ້າທີ່ຂອງຄົນຂັບ

ການກວດກາສະພາບລົດ

  • ກວດຄວາມດັນຢາງ, ລໍ້ລົດ ແລະ ສ່ວນໂຄງລົດ
  • ກວດລະບົບເບຣກ, ລະດັບນ້ຳມັນ ແລະ ປະສິດທິພາບ
  • ກວດໄຟເຍືອງທາງ, ໄຟລ້ຽວ, ໄຟໜ້າ, ໄຟເບຣກ
  • ກວດພະລັງງານໝໍ້ໄຟ ແລະ ຕົວຊີ້ວັດທັງໝົດ
  • ກວດຄວາມສະອາດລົດ ກ່ອນອອກຮັບໃຊ້

ການຂັບຂີ່ປອດໄພ

  • ຮັກສາໄລຍະຫ່າງທີ່ປອດໄພ ລະຫວ່າງພາຫະນະ
  • ເອົາໃຈໃສ່ສະພາບຖະໜົນ ແລະ ຄາດຄະເນໄພອັນຕະລາຍ
  • ໃຊ້ໄຟຢ່າງສົມເຫດສົມຜົນ ກາງຄືນ
  • ຂັບຢ່າງຄ່ອງແຄ້ວ ຫຼີກລ້ຽງການເລັ່ງ-ເບຣກກະທັນຫັນ
  • ເຄົາລົບຄວາມເປັນສ່ວນຕົວຂອງຜູ້ໂດຍສານ

4 ນະໂຍບາຍຄວາມເປັນສ່ວນຕົວ

GogoMove ເກັບຮັກສາຂໍ້ມູນສ່ວນຕົວຂອງທ່ານດ້ວຍຄວາມຮັບຜິດຊອບ:

  • ຂໍ້ມູນທີ່ເກັບ: ຊື່, ເບີໂທ, ຕຳແໜ່ງ GPS, ປະຫວັດການເດີນທາງ
  • ການໃຊ້ຂໍ້ມູນ: ເພື່ອຈັດຄູ່ຜູ້ໂດຍສານ-ຄົນຂັບ ແລະ ປັບປຸງບໍລິການ
  • ຄວາມປອດໄພ: ຂໍ້ມູນທັງໝົດຖືກເຂົ້າລະຫັດ ແລະ ປ້ອງກັນການເຂົ້າເຖິງທີ່ບໍ່ໄດ້ຮັບອະນຸຍາດ
  • ການແບ່ງປັນ: ຂໍ້ມູນຈະບໍ່ຖືກຂາຍ ຫຼື ແບ່ງປັນໂດຍບໍ່ໄດ້ຮັບອະນຸຍາດ
  • ສິດຂອງທ່ານ: ທ່ານສາມາດຂໍລຶບຂໍ້ມູນ ຫຼື ແກ້ໄຂໄດ້ທຸກເວລາ

5 ຕິດຕໍ່ພວກເຮົາ

ສຳລັບຄຳຖາມ ຫຼື ຄວາມກັງວົນກ່ຽວກັບນະໂຍບາຍນີ້:

+8562091110286

ltsolutions9898@gmail.com

ບໍລິສັດ ລາວເທບຈະເລີນ ໂຊລູເຊິນ ຈຳກັດຜູ້ດຽວ · ນະຄອນຫຼວງວຽງຈັນ, ລາວ