ກົດໝາຍ · Legal

ນະໂຍບາຍ ແລະ ລະບຽບການ
ການໃຫ້ບໍລິການລົດ Taxi

ບໍລິສັດ ລາວເທບຈະເລີນ ໂຊລູເຊິນ ຈຳກັດຜູ້ດຽວ · ນະຄອນຫຼວງວຽງຈັນ

I ສະພາບລວມ

ລົດ Taxi ຖືວ່າເປັນລະບົບຂົນສົ່ງສາທາລະນະ ລະບົບໜຶ່ງທີ່ໃຫ້ບໍລິການແກ່ຜູ້ໃຊ້ບໍລິການດ້ວຍຄວາມສະດວກ ແລະ ວ່ອງໄວ ຊຶ່ງແຕກຕ່າງຈາກລົດໂຍສານປະຈຳທາງ. ດັ່ງນັ້ນ ລົດ Taxi ຈຶ່ງເປັນທາງເລືອກທີ່ເປັນທີ່ນິຍົມ ເພື່ອອຳນວຍຄວາມສະດວກ, ວ່ອງໄວ ແລະ ປະຢັດເວລາ.

II ຈຸດປະສົງ

ນະໂຍບາຍ ແລະ ລະບຽບການຄຸ້ມຄອງ ການໃຫ້ບໍລິການລົດ Taxi ໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ:

  • ການຈັດຕັ້ງການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມ ແລະ ກວດກາການຈາລະຈອນ
  • ອຳນວຍຄວາມສະດວກ, ຄວບຄຸມການສັນຈອນໃຫ້ມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ
  • ຫຼຸດຜ່ອນອຸປະຕິເຫດ ແລະ ຄວາມແອອັດໃນການສັນຈອນ
  • ປົກປັກຮັກສາຊີວິດ, ຊັບສິນຂອງບຸກຄົນ ແລະ ສາທາລະນະ

1. ນິຍາມຄຳສັບ

  • ລົດ Taxi: ລົດໃຫຍ່ທີ່ໃຊ້ຮັບຈ້າງບັນທຸກຄົນໂດຍສານ ທີ່ບໍ່ເກີນ 7 ຄົນ
  • ຜູ້ຂັບລົດ Taxi: ຜູ້ໃຫ້ບໍລິການຮັບ-ສົ່ງຜູ້ໂດຍສານໃນລັກສະນະລົດແທັກຊີຜ່ານແອັບ
  • ຜູ້ໂດຍສານ: ຜູ້ທີ່ເດີນທາງໄປກັບລົດ Taxi ເພື່ອໃຫ້ຮອດຈຸດໝາຍປາຍທາງ
  • ໃບຂັບຂີ່: ໃບອະນຸຍາດຂັບຂີ່ທີ່ອອກໃຫ້ໂດຍຂະແໜງໂຍທາທິການ ແລະ ຂົນສົ່ງ

2. ມາດຕະຖານການສະໝັກຜູ້ຂັບລົດ

  • ຕ້ອງມີໃບຂັບຂີ່ລົດ, ປ້າຍທະບຽນລົດ ແລະ ມີຄວາມຊຳນານໃນການຂັບຂີ່
  • ຕ້ອງມີສຸຂະພາບທີ່ດີ ບໍ່ເປັນພະຍາດທີ່ສົ່ງຜົນກະທົບໃນເວລາຂັບຂີ່
  • ຜູ້ຊາຍ: ອາຍຸ 18-55 ປີ · ຜູ້ຍິງ: ອາຍຸ 18-50 ປີ
  • ຕ້ອງມີປະຫວັດທີ່ດີ ບໍ່ເຮັດຜິດກົດໝາຍ ຫຼື ມີຄະດີຕິດໂຕ
  • ບໍ່ມີປະຫວັດການໃຊ້ສານເສບຕິດ ຫຼື ການກະທຳອັນບໍ່ດີຕໍ່ສັງຄົມ

III ຂັ້ນຕອນການເອີ້ນລົດ

  1. ເປີດແອັບ GogoMove: ເລືອກເມນູ "ເດີນທາງ"
  2. ປັກໝຸດຈຸດຮັບ-ສົ່ງ: ແອັບຈະຄົ້ນຫາຕຳແໜ່ງປັດຈຸບັນຂອງທ່ານ ຈາກນັ້ນໃຫ້ພິມ "ໄປໃສ" ເພື່ອລະບຸຈຸດໝາຍ
  3. ເລືອກປະເພດບໍລິການ: ເລືອກປະເພດລົດທີ່ຕ້ອງການ — ລະບົບຈະສະແດງຄ່າໂດຍສານລ່ວງໜ້າ
  4. ກົດຈອງລົດ: ລະບົບຄົ້ນຫາຄົນຂັບທີ່ຢູ່ໃກ້ທີ່ສຸດ
  5. ລໍຖ້າ ແລະ ຕິດຕາມ: ຕິດຕາມຕຳແໜ່ງຄົນຂັບເທິງແຜນທີ່ໄດ້ຕະຫຼອດ
  6. ເມື່ອຮອດຈຸດໝາຍ: ຊຳລະຕາມຄ່າທີ່ສະແດງ (ເງິນສົດ ຫຼື ບັດ) ແລະ ໃຫ້ຄະແນນຄົນຂັບ
ສຳຄັນ: ຫຼັງຈາກຮັບອໍເດີ້ ຄົນຂັບຕ້ອງຕິດຕໍ່ຜູ້ໂດຍສານທາງໂທລະສັບໃຫ້ໄວທີ່ສຸດ ເພື່ອຢືນຢັນສະຖານທີ່ ແລະ ເວລາ. ຫ້າມປະຕິເສດ ຫຼື ຍົກເລີກອໍເດີ້ ໂດຍບໍ່ມີເຫດຜົນ.

IV ລະບຽບການຂັບລົດໃນທ້ອງຖະໜົນ

  • ຕ້ອງມີເອກະສານຄົບ: ໃບອະນຸຍາດຂັບຂີ່, ບັດປະຈຳຕົວ, ໃບທະບຽນ, ໃບກວດເຕັກນິກ, ໃບປະກັນໄພ
  • ກວດສະພາບເຕັກນິກລົດຢ່າງເປັນປະຈຳ
  • ໃຫ້ຄວາມຮ່ວມມືກັບການກວດກາຂອງເຈົ້າໜ້າທີ່
  • ຢຸດ ແລະ ປ່ອຍທາງໃຫ້ການສັນຈອນພິເສດ ແລະ ຄົນຍ່າງຂ້າມທາງ
  • ແຕ່ງກາຍສຸພາບ, ຫ້າມເສບ/ດື່ມສິ່ງມຶນເມົາ
  • ຫ້າມລ່ວງໄຟແດງ, ຂັບຜິດທິດ ຫຼື ເກີນຄວາມໄວທີ່ກຳນົດ

V ຂໍ້ກຳນົດ ແລະ ລະບຽບຫຼັກສຳລັບຄົນຂັບ

  • ຕ້ອງເຊັນສັນຍາ ຫຼື ເອກະສານຢັ້ງຢືນຕົວຕົນ ແລະ ທີ່ຢູ່
  • ຫ້າມປະຕິເສດຜູ້ໂດຍສານ ເວັ້ນເສຍແຕ່ມີເຫດຈຳເປັນ
  • ຫ້າມຄິດຄ່າໂດຍສານເກີນລາຄາທີ່ກຳນົດ ຫຼື ພາອ້ອມໂດຍບໍ່ຈຳເປັນ
  • ຫ້າມສົ່ງຜູ້ໂດຍສານກາງທາງ
  • ຫ້າມເສບສິ່ງເສບຕິດ ຫຼື ດື່ມສິ່ງມຶນເມົາ, ຫ້າມສູບຢາຂະນະມີຜູ້ໂດຍສານ
  • ເຄົາລົບຄວາມເປັນສ່ວນຕົວຂອງຜູ້ໂດຍສານ

VI ອັດຕາຄ່າໂດຍສານລົດ Taxi

ໄລຍະທາງ ອັດຕາ (ບາດ/ກມ) ອັດຕາ (ກີບ/ກມ)
ກິໂລແມັດທີ 1 35 ບາດ 24,000 ກີບ
ກມ 2–10 6.5 ບາດ 4,500 ກີບ
ກມ 11–20 7 ບາດ 4,800 ກີບ
ກມ 21–40 8 ບາດ 5,500 ກີບ
ກມ 40–60 8.5 ບາດ 5,800 ກີບ
ກມ 61–80 9 ບາດ 6,300 ກີບ
ກມ 81 ຂຶ້ນໄປ 10.5 ບາດ 7,300 ກີບ
ຄ່າລົດຕິດ 3 ບາດ/ນາທີ 2,100 ກີບ/ນາທີ

ຕົວຢ່າງການຄຳນວນ (10 ກິໂລແມັດ)

  • ກມທຳອິດ: 24,000 × 1 = 24,000 ກີບ
  • ກມ 2–10: 4,500 × 9 = 40,500 ກີບ
  • ຖ້າຕິດ 30 ນາທີ: 2,100 × 30 = 63,000 ກີບ
  • ລວມທັງໝົດ: 127,500 ກີບ

* ຄ່າລົດຕິດ ນັບແຕ່ຕອນລົດບໍ່ເຄື່ອນທີ່ ບໍ່ແມ່ນເວລາເດີນທາງທັງໝົດ